ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພັນ​ຣັດ​ເຊຍ ຍາມ​ໃດ​ກໍ​ຖື​ການ​ປັບປຸງ ແລະ
ພັດທະນາ​ການ​ພົວພັນ​ ກັບ ຫວຽດນາມ ເປັນ​ສຳຄັນ

     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 5 ມີນາ ນີ້​ວ່າ: ເມື່ອ​ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່​ສຳນັກງານ​ຄະນະ​ພົວພັນ​ຕ່າງປະເທດ ສູນ​
ກາງ​ພັກ​ກອມ​ມູ​ນິດຫວຽດນາມ ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ທ່ານ ເລ​ຮ່ ວ​​າຍ ​ຈຸງ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະເທດ ສູນ​ກາງ​ພັກ ກອມມູ​
ນິດ ຫວຽດນາມ ໄດ້​ຕ້ອນຮັບ​ທ່ານ ວາ​ລາ​ດີ​ເມຍ ທີ​ທົບ ຮອງ​ລັດຖະມົນຕີ ກະຊວງ​ການ​ຕ່າງປະເທດ ຣັດ​ເຊຍ ພວມ​ຢ້ຽມຢາມ ຫວຽດ
ນາມ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຍຸດ​ທະ​ສາດ​ການ​ທູດ-ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຫວຽດນາມ-ຣັດ​ເຊຍ ຄັ້ງ​ທີ 13.

     ທ່ານ ເລ​ຮ່ວ​​າຍ​ຈູງ ໄດ້​ກ່າວວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ​ຈົດ​ຈຳ​ການ​ສະໜັບສະໜູນ, ການ​ຊ່ວຍເຫຼືອ​ອັນ
​ລ້ຳ​ຄ່າ​ເຊິ່ງ​ປະຊາຊົນ ໂຊ​ວຽດ, ປະຊາຊົນ ຣັດ​ເຊຍ ສະຫງວນ​ໃຫ້ ຫວຽດນາມ ໃນ​ພາລະກິດ​ແຫ່ງ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ໃນ​ເມື່ອ​
ກອນ ແລະ ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະເທດ​ຊາດ​ປັດຈຸບັນ, ທ່ານ​ເນັ້ນ​ໜັກ​ຕື່ມ​ວ່າ: ຫວຽດນາມ ຖື​ການ​ພົວພັນ​ມິດຕະພາບ
ທີ່​ເປັນ​ມູນ​ເຊືອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຣັດ​ເຊຍ ເປັນ​ສຳຄັນ.

     ສ່ວນ​ທ່ານ​ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະເທດ ຣັດ​ເຊຍ ໄດ້​ກ່າວ​ຢັ້ງຢືນ​ວ່າ: ຣັດ​ເຊຍ ຍາມ​ໃດ​ກໍ​ຖື​ການ​ປັບປຸງ, ພັດທະນາ​
ການ​ພົວພັນ​ກັບ ຫວຽດນາມ ເປັນ​ສຳຄັນ. ທ່ານ ຍັງ​ເນັ້ນ​ໜັກ​ຍັງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ ເລ​ຮ່ ວ​​າຍ ​ຈູງ ກ່ຽວ​ກັບ​ ບັນດາ
ທິດ​ທາງ, ມາດ​ຕະການ​ໃຫຍ່ ​ເພື່ອ​ແນໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິເສດ​ແມ່ນ​ຊຸກຍູ້​ບັນດາ​ການ​
ຢ້ຽມຢາມ​ຂັ້ນ​ສູງ​ໃນ​ປີ 2024.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/03/2024